ບົດອະທິຖານ ທີ່ພຣະສະຖູບຂອງພຣະອັບດຸລບາຮາ (#12859)

*(ໃຊ້ສວດເວລາສ່ວນຕົວໄດ້ດ້ວຍເຊັ່ນກັນ)

“ຜູ້ທີ່ສວດບົດອະທິຖານນີ້ ດ້ວຍຄວາມອ່ອນນ້ອມ ແລະ ສັດທາ ຈະຍັງຄວາມເບີກບານຫັນສາ ໃຫ້ແກ່ຫົວໃຈຂອງຄົນ ຮັບໃຊ້ຜູ້ນັ້ນ  ຊຶ່ງຈະເປັນເໝືອນດັ່ງໄດ້ຢູ່ຕໍ່ໜ້າພຣະອົງ”
 


ພຣະອົງຄືພຣະຜູ້ຊົງຄວາມຮຸ່ງເຮືອງ! ຂ້າແດ່ພຣະຜູ້ ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍຍົກ ມືວິງວອນພຣະອົງ  ດ້ວຍຄວາມອ່ອນນ້ອມ  ແລະ  ນໍ້າຕາ ຂໍເອົາໃບໜ້າຄຸກທຸລີ  ນະທໍລະນີປະຕູຂອງພຣະອົງ  ພຣະຜູ້ຊົງຄວາມປະເສີດ ເໜືອປັນຍາຂອງຜູ້ແກ່ວິຊາ ແລະການສັນລະເສີນຂອງຜູ້ທີ່ເທີດທູນພຣະອົງ ຂໍຊົງທອດສາຍຕາແຫ່ງ ຄວາມປານີ ມາຍັງຄົນຮັບໃຊ້ຜູ້ຕໍ້າຕ້ອຍ ແລະ ອ່ອນນ້ອມຢູ່ທີ່ ປະຕູຂອງພຣະອົງ ແລະ ຂໍຊົງໃຫ້ຂ້າພະອົງດໍາດິ່ງລົງສູ່ມະຫາສະໝຸດ  ແຫ່ງພຣະກະລຸນາອັນບໍ່ຮູ້ສີ້ນຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ!  ຂ້າພະອົງຄືຄົນຮັບໃຊ້ຜູ້ໜ້າສົງສານ ແລະ ຕໍ້າຕ້ອຍຂອງພຣະອົງ  ເປັນຜູ້ຮັບໃຊ້ທີ່ວິງວອນພຣະອົງ  ເປັນສະເລີຍທີ່ຢູ່ໃນມືຂອງພຣະອົງ  ອະທິຖານເຖິງພຣະອົງດ້ວຍຄວາມສັດທາ  ວາງໃຈໃນພຣະອົງຫລັ່ງນໍ້າຕາຕໍ່ພຣະພັກຂອງພຣະອົງ  ຮ້ອງຮຽກແລະວິງວອນພຣະອົງວ່າ:

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງປະທານຄວາມກະລຸນາ ໃຫ້ຂ້າພະອົງຮັບໃຊ້ບັນດາຜູ້ ເປັນທີ່ຮັກຂອງພຣະອົງ ຂໍຊົງໃຫ້ຂ້າພະອົງເປັນຜູ້ຮັບໃຊ້ທີ່ ເຂັ້ມແຂງຂອງພຣະອົງ ໃຫ້ໜ້າຜາກຂອງຂ້າພະອົງຮຸ່ງເຮືອງ ດ້ວຍແສງແຫ່ງການບູຊາ  ໃນຣາຊສໍານັກແຫ່ງຄວາມບໍລິສຸດຂອງພຣະອົງ ແລະ ດ້ວຍການອະທິຖານເຖິງອານາຈັກ ແຫ່ງຄວາມຍິ່ງໃຫ່ຍຂອງພຣະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງລະ ຖີ້ມຄວາມເຫັນແກ່ຕົວ ໃນທີ່ປະຕູໄປສູ່ສະຫວັນຂອງພຣະອົງ ໃຫ້ຂ້າພະອົງຕັດຄວາມຜູກພັນ   ຈາກທຸກສິ່ງພາຍໃນອານາບໍລິເວນ ອັນບໍລິສຸດຂອງພຣະອົງ  ຂໍຊົງໃຫ້ຄວາມບໍ່ເຫັນແກ່ ຕົວ  ເປັນຖ້ວຍທີ່ຂ້າພະອົງດື່ມ  ເປັນເສື້ອຄຸມທີ່ຂ້າພະອົງສວມ  ເປັນມະຫາສະໝຸດທີ່ຂ້າພະອົງດໍາດິ່ງລົງໄປ  ຂໍຊົງບັນດານໃຫ້ຂ້າພະອົງເປັນເໝືອນດັ່ງທຸລີ   ໃນວິຖີຂອງບັນດາຜູ້ເປັນທີ່ຮັກຂອງພຣະອົງ  ແລະໃຫ້ຂ້າພະອົງໄດ້ສະລະວິນຍານ ສໍາລັບພິພົບທີ່ໄດ້ຮັບກຽດ  ຈາກຮອຍເທົ້າຂອງບັນດາຜູ້ທີ່ພຣະອົງເລືອກສັນ  ໃນວິຖີຂອງພຣະອົງ  ຂ້າແດ່ພຣະຜູ້
ເປັນນາຍ ແຫ່ງຄວາມຮຸ່ງເຮືອງໃນເບື້ອງບົນສຸດ.

ຄົນຮັບໃຊ້ຮ້ອງຮຽກພຣະອົງຍາມຮຸ່ງອາລຸນ ແລະຄໍ້າຄືນ ດ້ວຍບົດອະທິຖານນີ້  ຂໍຊົງໃຫ້ຫົວໃຈຂອງຂ້າພະອົງສົມປາດຖະໜາ  ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງໃຫ້ຂ້າພະອົງມີຫົວໃຈຜ່ອງໃສ  ມີໃຈເບີກບານ ແລະເຫັນແຈ້ງໃນທັມ  ເພື່ອວ່າຂ້າພະອົງຈະໄດ້ຮັບໃຊ້ສາສະໜາ ແລະ  ເປັນຄົນຮັບໃຊ້ຂອງພຣະອົງ.

ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະຜູ້ຊົງສົງສານ ພຣະຜູ້ຊົງອາລີທີ່ສຸດ ພຣະຜູ້ຊົງກະລຸນາ ພຣະຜູ້ຊົງປານີ ພຣະຜູ້ຊົງເຫັນໃຈ.

-`Abdu'l-Bahá
-----------------------

